web page

 

ສກມ ເມືອງສົບເບົາ ຈັດກອງປະຊຸມແນະນຳວຽກງານ ບໍລິຫານການເງີນ ແລະ ສະຖິຕິຕ່າງໆ ປະຈຳສົກຮຽນ 2024-2025

459547661 497859626501307 5351826924980264379 n

 ສກມ ເມືອງສົບເບົາ ຈັດກອງປະຊຸມແນະນຳວຽກງານ ບໍລິຫານການເງີນ ແລະ ສະຖິຕິຕ່າງໆ ປະຈຳສົກຮຽນ 2024-2025 ໃນຕອນເຊົ້າຂອງວັນທີ 13 ກັນຍາ 2024 ນີ້ຢູ່ທີ່ສະໂມສອນໂຮງຮຽນ ມສ ສົບເບົາ ໄດ້ຈັດກອງປະຊຸມແນະນຳປ້ອນແບບຟັອມສະຖິຕິຕ່າງໆ ແລະ ວຽກງານບໍລິຫານ ການເງີນ ໃຫ້ພະນັກງານຄູ-ອາຈານສອນທຸກຊັ້ນໃນທົ່ວເມືອງທີ່ຮັບຜິດຊອບປ້ອນຂໍ້ມູນສະຖິຕິຂັ້ນໂຮງຮຽນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ໃຈເພັດ ຈັນທະວີໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ແລະ ພະນັກງານ ຄູ-ອາຈານສອນທີ່ຮັບຜິດຊອບສະຖິຕິຂັ້ນໂຮງຮຽນເຂົ້າຮ່ວມທັງໝົດ 90 ກ່ວາທ່ານ ໃນພິທີຄະນະຈັດຕັ້ງໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ 84/ສກມ ລົງວັນທີ 12 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແນະນຳປ້ອນຂໍ້ມູນສະຖິຕິຕ່າງໆ ແລະ ວຽກງານບໍລິຫານ ການເງີນ ປະຈຳສົກຮຽນ 2024-2025 ເອກະສານທີ່ນໍາມາແນະນໍາໃນຄັ້ງນີ້ປະກອບມີ ເກັບສະຖິຕິຂອງໜ່ວຍງານສຶກສານອກໂຮງຮຽນ ໂດຍເລັ່ງໃສ່ນັກຮຽນທີ່ບໍ່ທັນຮຽນຈົບຊັ້ນປະຖົມມາຮຽນບຳລຸງຮຽນຄືນ, ແນະນຳວຽກເກັບສະຖິຕິໜ່ວຍງານສຶກສາກ່ອນໄວຮຽນ ແລະ ສາມັນວິທະຍາສາດ ກ່ຽວກັບການປ້ອນສະຖິຕິຕົ້ນປີ ອັດຕາຕ່າງໆຂອງນັກຮຽນແຕ່ລະຊັ້ນໃຫ້ຖຶກຕ້ອງຊັດເຈນ, ແນະນຳວຽກໜ່ວຍງານກິລາ ແລະ ພະລະສີລະປະ ໃນການເກັບກຳການອອກກຳລັງກາຍ ຫຼີ້ນກິລາ ເຕັ້ນແອັວໂຣບິກ ອື່ນໆ, ແນະນຳການປ້ອນສະຖິຕິກະຊວງ ໂດຍເລັ່ງໃສ່ຂໍ້ມູນເກັບກຳນັກຮຽນ ປະຊາກອນຂອງບ້ານໃຫ້ມີຄວາມຖຶກຕ້ອງໂດຍສົມທຽບໃສ່ສະຖິຕິຕົ້ນປີ, ແນະນຳວຽກງານການເງີນໃນການນຳໃຊ້ຮວງເງີນບໍລິຫານໂຮງຮຽນບ່ວງລັດ ໂຄງການ ເບີກຈ່າຍໃຫ້ມີຄວາມຊັດເຈນ ໂປ່ງໃສ່ ກວດສອບໄດ້ ແລະ ແນະນຳວຽກງານຊັບສິນໃນການເກັບກຳຂໍ້ມູນເຄື່ອງໃຊ້ໃນໂຮງຮຽນພ້ອມທັງໃສ່ລະຫັດເພື່ອໃຫ້ກວດກາໄດ້ງ່າຍ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອແນ່ໃສ່ໃຫ້ຄູ-ອາຈານຜູ້ທີ່ຮັບຜິດຊອບປ້ອນສະຖິຕິ ແລະ ເຮັດວຽກບໍລິຫານການເງີນ ໄດ້ຮັບຮູ້ເຊື່ອມຊື່ມ ວຽກງານການສຶກສາໃຫ້ມີຄວາມຖຶກຕ້ອງ, ຊັດເຈນ, ຮູ້ວິທີຄິດໄລ່ອັດຕ່າງໆ, ເກັບກຳໄດ້ນັກຮຽນທີ່ຕົກຄ້າງບໍ່ໄດ້ຮັບການສຶກສາ ຮຽນແລ້ວອອກ ແລະ ຮູ້ນຳໃຊ້ຄິດໄລ່ງົບ, ຮູ້ຈັກນຳໃຊ້ຮ່ວງເງີນຕ່າງໆຂອງໂຮງຮຽນຖຶກຕາມຫຼັກການຂອງພັກ-ລັດ ວາງອອກ ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 1 ວັນເຕັມ.