web page

 

ກອງປະຊຸມປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ(ສກຂ) ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຄັ້ງທີ XI ໄດ້ເປີດຂຶ້ນ ແລະ ສຳເລັດລົງໃນຕອນເຊົ້າວັນທີ 30 ຕຸລາ 2024 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກ ສກຂ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ເຄນທານູ ພຸດທະວົງສາ ຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ ຮອງຫົວໜ້າພະແນກ ສກຂ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ໃນພິທີ ສະຫາຍ ເຄນທານູ ພຸດທະວົງສາ ເລຂາໜ່ວຍພັກບໍລິຫານ ໃຫ້ຮູ້ວ່າ: ໜ່ວຍພັກບໍລິຫານ ເປັນໜ່ວຍພັກທີ່ສ້າງຕັ້ງຂຶ້ນໃນກົງຈັກບໍລິຫານຫົວໜ່ວຍວິຊາການຂະແໜງສຶກສາ ແລະ ກິລາແຂວງ, ເປັນໜ່ວຍພັກທີ່ຂຶ້ນກັບການຊີ້ນຳໆພາຂອງຮາກຖານພັກພະແນກ ສກຂ, ແມ່ນໜ່ວຍພັກທີ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 0 ສະຫາຍ, ເຂົ້າຮັບອູດໜູນບຳນານ 1 ສະຫາຍ, ມີສະມາຊິກພັກທັງໝົດ 34 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສົມບູນ 33 ສະຫາຍ, ຍິງ 9 ສະຫາຍ, ສໍາຮອງ 1 ສະຫາຍ, ຍິງ 1 ສະຫາຍ, ລະດັບການສຶກສາຈົບ ມັດທະຍົມຕອນປາຍ 34 ສະຫາຍ, ລະດັບວິຊາສະເພາະ ຊັ້ນສູງ 3 ສະຫາຍ, ປະລິນຍາຕີ 29 ສະຫາຍ, ປະລິນຍາໂທ 2 ສະຫາຍ, ລະດັບທິດສະດີການເມືອງບໍ່ມີຂັ້ນ 28 ສະຫາຍ, ຊັ້ນກາງ 4 ສະຫາຍ, ຊັ້ນສູງ 2 ສະຫາຍ, ຕະຫຼອດໄລຍະ 1 ປີຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳໆພາສຶກສາອົບຮົມດ້ານການເມືອງນຳພາແນວຄິດ ເຊິ່ງນຳເອົາແນວທາງນະໂຍບາຍຂອງພັກ ແລະ ມະຕິຂອງຂັ້ນເທິງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດມາຈັດຕັ້ງເຜີຍແຜ່ໃຫ້ຖັນແຖວພະນັກງານ ແລະ ສະມາຊິກພັກ ເປັນຕົ້ນແມ່ນ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 12, 13 ສະໄໝທີ X ແລະ ນິຕິກຳຕ່າງໆ, ເຂົ້າຮ່ວມຮັບຟັງປະຖະກະຖາວັນສຳຄັນຂອງຊາດ ແລະ ທ່ານຜູ້ນຳໃນງານໂຮມຊຸມນຸມມິດຕິງຕ່າງໆ ຜ່ານການປະເມີນຕົວຈິງແມ່ນປະຕິບັດບັນລຸໄດ້ 1,98 ຄະແນນ ລື່ນຄາດໝາຍ 0,13 ຄະແນນ, ຕັ້ງໜ້າຝຶກຜົນຫຼໍ່ຫຼອມມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕີຖອຍບັນດາແນວຄິດບໍ່ຖືກຕ້ອງແຍກມິດສັດຕູ, ມີຄວາມອຸ່ນອຽນທຸ່ນທ່ຽງຕ້ານແນວຄິດກຸ້ມກ້ອນຫຼາຍພັກຫຼາຍພວກ, ຈຸ້ມເຈື້ອເຊື້ອສາຍ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ປະເມີນໄດ້ 1,47 ຄະແນນ ລື່ນຄາດໝາຍ 0,02 ຄະແນນ, ວຽກງານຂະຫຍາຍພັກປັດຈຸບັນມີມະຫາຊົນກ້າວໜ້າຮຽນສະໜັບສະໜູນໄດ້ 2 ສະຫາຍ, ຮຽນກົດລະບຽບ ແລະ ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກສຳຮອງ 1 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ ໄດ້ 2 ສະຫາຍ ໃນໄລະ 5 ປີຜ່ານມາ ໜ່ວຍພັກມີເງິນຄັງທັງໝົດ: 10.240.000 ກີບ, ໃຊ້ຈ່າຍເຂົ້າໃນວຽກງານຂອງພັກ 4.353.000 ກີບ, ຍັງເຫຼືອ: 2.547.000 ກີບ ຖືວ່າບັນລຸໄດ້ 1,47 ຄະແນນ ລື່ນຄາດໝາຍ 0,02 ຄະແນນ, ສາມາດປະຕິບັດໄດ້ 14 ຕົວຊີ້ບອກທີ່ສະພາປະຊາຊົນຮັບຮອງສາມາດບັນລຸໄດ້ທັງໝົດ 14 ຕົວຊີ້ບອກ, ສ້າງໂຮງຮຽນປອດຢາເສບຕິດໄດ້ 851 ແຫ່ງ ເທົ່າກັບ 99,41% ຂອງໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍໃນທົ່ວແຂວງ, ສ້າງໂຮງຮຽນ 3 ສ (ສີຂຽວ, ສະອາດ, ສວຍງາມ)ໄດ້ 2 ແຫ່ງ, ຊີ້ນຳສະມາຊິກສ້າງເສດຖະກິດຄອບຄົວໄດ້ຄອບຄົວຕົວແບບດີເດັ່ນ 3 ຄອບຄົວຄື: ສະຫາຍ ກອງສີ ໄຊຍະຊົງ ໄດ້ 147, 8 ລ້ານກີບຕໍ່ປີ ຈາກການປູກເຂົ້າ, ລ້ຽງສັດໃຫຍ່ງົວຄວາຍ, ສະຫາຍ ແສງພອນ ວົງລືໄຊ ໄດ້ 130.000.000 ກີບ ຕໍ່ປີ ຈາກການປູກຝັງລ້ຽງສັດໃຫຍ່ງົວຄວາຍ, ສະຫາຍ ປອນທິບ ອາລຸນທອງ ຈາກການຂາຍອອນລາຍ ໄດ້ 90.000.000 ກີບ ຕໍ່ປີ ຈາກການຂາຍອອນລາຍ, ຊີ້ນຳຕໍ່ 3 ອົງອົງການຈັດຕັ້ງມະຫາຊົນໂດຍ ສາມາດປະກາດໜ່ວຍຊາວໜຸ່ມ 4 ບຸກຄັ້ງທີ IX, ໜ່ວຍກໍາມະບານຮາກຖານໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ, ໜ່ວຍແມ່ຍິງໄດ້ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍມີກອງທຶນໝູນວຽນທັງໝົດ 169.832.127 ກີບ, ປ່ອຍເງິນກູ້ 142.100.000 ກີບ ແລະ ເປັນໜ່ວຍແມ່ຍິງ 3 ດີ ປະຈຳປີ 2024, ຜ່ານການປະເມີນລວມທັງໝົດ: 34 ສະຫາຍ, ຍິງ 9 ສະຫາຍ ກວມເອົາ 100% ລື່ນຄາດໝາຍ 5 %, ຄະແນນຂອງໜ່ວຍພັກ:

1.ການນໍາພາດ້ານການເມືອງ 1,98 ຄະແນນ

2.ການນໍາພາດ້ານການແນວຄິດ 1,47 ຄະແນນ

3.ການນໍາພາດ້ານການຈັດຕັ້ງ 1,47 ຄະແນນ

4.ການນໍາພາດ້ານການນຳພາ 1,93 ຄະແນນ

5.ການນໍາພາດ້ານການປະຕິບັດໜ້າທີ່ການເມືອງ 1,93 ຄະແນນ

-ໜ່ວຍພັກມີຄະແນນລວມທັງໝົດ 9,7 ຄະແນນ ລື່ນຄາດໝາຍ 0,13 ຄະແນນ

-ຈັດປະເພດໜ່ວຍພັກ: ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ທ້າຍພິທີປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກ ແລະ ສະມາຊິກທັງໝົດທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຕາມການມອບໝາຍຢ່າງຕັ້ງໜ້າຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ຍັງໄດ້ເນັ້ນໃສ່ທິດທາງແຜນການໃນຕໍ່ໜ້າໃຫ້ສືບຕໍ່ຮັກສາມູນເຊື້້ອ, ຕັ້ງໜ້າຊີ້ນຳໆພາຕາມໜ້າວຽກຂອງຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ຕັ້ງໄວ້