web page

 

ຫ້ອງການສຶກສາທິການ ແລະ ກິລາເມືອງກວັນ ຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານຢ່າງສົມກຽດ

ຫ້ອງການສຶກສາທິການ ແລະ ກິລາເມືອງກວັນ ຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານຢ່າງສົມກຽດ

457806082 998712735328385 8468642825558015976 n

 

ໃນພິທີ ທ່ານ ສົມບຸນ ມາລີຄຸນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 4476 / ສສກ, ລົງວັນທີ 18 ກໍລະກົດ 2024 ວ່າດ້ວຍ ການອະນຸມັດໃຫ້ພະນັກງານລັດຖະກອນພັກການຮັບອຸດໜູນບຳນານ ໃຫ້ ທ່ານ ຄອນທອງ ພະນັກງານຄູສອນ ສັງກັດຢູ່ໂຮງຮຽນປະຖົມນາໜັງ ພັກການຮັບອຸດໜູນບຳນານ ໃນໂອກາດດຽວກັນ ທ່ານ ຄອນທອງ ໄດ້ຜ່ານປະຫວັດ ການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໂດຍຫຍໍ້ ໃນພິທີ ທ່ານ ທຳມະນີ ພັນແພງຄຳ ຍັງໄດ້ມອບໃບຍ້ອງຍໍ ທ່ານລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍເງີນອູດໜູນກ່ອນຮັບບຳນານ ແລະ ກະຕ່າຂອງຂວັນໃຫ້ ທ່ານ ຄອນທອງ ຢ່າງສົມກຽດ ໃນໂອກາດດຽວກັນນີ້ ທ່ານ ທຳມະນີ ພັນແພງຄຳ ໄດ້ມີຄຳເຫັນຕໍ່ພິທີ ເຊີ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ຄອນທອງ ພະນັກງານພັກການຮັບອຸດໜູນບຳນານ ທີ່ໄດ້ເຮັດສຳເລັດໜ້າທີ່ວຽກງານອັນໃຫ່ຍຫຼວງ ທີ່ພັກລັດມອບໝາຍໃຫ້ໃນໄລຍະຜ່ານມາ ສືບຕໍ່ຮັກສາມຸນເຊື່ອອັນດີງາມ, ຄຸນງາມຄວາມດີໃຫ້ຢູ່ຄຽງຄູ່ຕະຫຼອດໄປ ຮຽກຮ້ອງໃຫ້ການຈັດຕັ້ງ, ພະນັກງານລຸ້ນສືບທອດຈົ່ງນຳເອົາຜົນງານອັນດີເດັ່ນຂອງທ່ານມາເປັນບົດຮຽນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາ ສະເພາະຂອງຕົນໃຫ້ດີໆຂຶ້ນເປັນກ້າວໆ.
ຂ່າວ: ສິນ​ທອນ ບຸນ​ຍາ​ທອງ