web page

 

8 ໜ່ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ປະກາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

8 ໜ່ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ປະກາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023
460295340 499857339634869 5812348427782358797 n
ພິທິປະກາດ 8 ໜ່ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໄດ້ຈັດຂຶ້ນຢູ່ທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງ ໃນຕອນບ່າຍວັນທີ 13 ກັນຍາ 2024 ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ລິນອານົງ ທອງຄຳມີ ຮອງເລຂາພັກຮາກຖານ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກຮາກຖານ, ມີເລຂາ, ຮອງເລຂາໜ່ວຍພັກມາຈກ 8 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກສົມບູນ, ສຳຮອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່ຮ່ວມເປັນສັກຂີພິຍານນຳ. ໃນພິທີຄະນະຮັບຜິດຊອບໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍ: ການມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ສະບັບເລກທີ 80/ຄປຈຂ, ລົງວັນທີ 30 ເມສາ 2024 ເຫັນດີປະກາດ-ຮັບຮອງເອົາ 8 ໜ໋ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ພະແນກສຶກສາທິການ ແລະ ກິລາແຂວງ ຄື:
460059465 499840772969859 5846204063980338073 n
ໜ່ວຍພັກວິຊາການ, ໜ່ວຍພັກບໍລິຫານ, ໜ່ວຍພັກ ໂຮງຮຽນ ມສ ພັນລາ, ໜ່ວຍພັກ ໂຮງຮຽນ ມສ ພັນຊຳ, ໜ່ວຍພັກ ໂຮງຮຽນ ມໍປາຍຕົວແບບແຂວງ, ໜ່ວຍພັກ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ, ໜ່ວຍພັກ ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ, ໜ່ວຍພັກ ສູນການສຶກສານອກໂຮງຮຽນແຂວງ ຄະນະດຽວກັນທ້າຍພິທີຍັງໄດ້ມອບໃບຍ້ອງຍໍ ແລະ ຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໃຫ້ແກ່ 8 ໜ່ວຍພັກດັ່ງກ່າວຢ່າງສົມກຽດ.