web page

 

Buildind2024

ສກຂ ຫົວພັນ ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ມສ ເມືອງລ້ອງ ເມືອງສົບເບົາ ແຂວງຫົວພັນ

ວັນທີ 7 ພະຈິກ 2024 ຜ່ານມານີ້ ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມສົມບູນເມືອງລ້ອງ ເມືອງສົບເບົາ ແຂວງຫົວພັນ ຢູ່ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈຳພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ເຄນທານູ ພຸດທະວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນໄຊ ສຸລິວົງ ຮອງເຈົ້າເມືອງສົບເບົາ, ມີຄະນະຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ຄະນະອໍານວຍການໂຮງຮຽນ, ອຳນາດການປົກຄອງເຂດຫ້ວຍລ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານນຳ.

ທ່ານ ຄຳຫຼ້າ ຈັນທະວົງ ຜູ້ອຳນວຍການ ບໍລິສັດ ຄູນຄຳກໍ່ສ້າງ ໃນນາມຜູ້ຮັບເໝົາກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນ ມສ ເມືອງລ້ອງ ຫຼັງໃໝ່ ແມ່ນໄດ້ເລີ່ມຕົ້ນລົງມືກໍ່ສ້າງນັບແຕ່ວັນທີ 13 ທັນວາ 2023 ເປັນ ຕົ້ນມາຈົນມາຮອດວັນທີ 4 ພະຈິກ 2024 ຈິ່ງສຳລັດ 100% ໂດຍໃຊ້ເວລາ 304 ວັນໃນການກໍ່ສ້າງ ສຳເລັດກ່ອນກຳນົດໃນສັນຍາກໍ່ສ້າງ ເຊິ່ງແມ່ນ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປັນເຈົ້າຂອງໂຄງການ ລວມມູນຄ່າການກໍ່ສ້າງທັງໝົດ 373.000 ໂດລາສະຫະລັດ (ສາມແສນເຈັດສິບສາມພັນໂດລາ) (ໄລ່ເປັນເງິນກີບປະມານ 8 ຕື້ກ່ວາກີບ) ໂດຍໄດ້ຮັບທຶນຈາກກອງທຶນຈີນເພື່ອມິດຕະພາບ ແລະ ການພັດທະນາຜ່ານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຜ່ານສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຫົວພັນ, ເປັນອາຄານຊັ້ນດຽວກໍ່ດ້ວຍດິນຈີ່ ເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍກະເບື້ອງ, ມີເນື້ອທີ່ທັງໝົດ 25x38 ແມັດ ປະກອບມີອາຄານຮຽນ 1 ຫຼັງ ມີ 7 ຫ້ອງຮຽນ, 1 ຫ້ອງຄອມພິວເຕີ ຂະໜາດ 5x8 ແມັດ, ຫໍພັກຄູ 1 ຫຼັງ ມີ 4 ຫ້ອງ ຂະໜາດ 9x16 ແມັດ, ຫໍພັກນັກຮຽນ 1 ຫຼັງ ມີ 3 ຫ້ອງ ຂະໜາດ 6,5x28 ແຍກຫ້ອງ ຍິງ-ຊາຍ, ເຮືອນຄົວ 1 ຫຼັງ ຂະໜາດ 5x8 ແມັດ, ຫ້ອງນໍ້າ 2 ຫຼັງ ຍິງ-ຊາຍ ຂະໜາດ 4x4 ແມັດ, ສະໜອງນໍ້າ ແລະ ອ່າງເກັບນໍ້າ, ກໍາແພງອ້ອມໂຮງຮຽນ, ປ້າຍຊື່ໂຮງຮຽນ, ເທເບຕົງພາຍໃນເດີ່ນໂຮງຮຽນ, ເຟີນີເຈີ ແລະ ໄຟຟ້າຄົບຊຸດ ໂດຍມີການຮັບປະກັນການກໍ່ສ້າງເປັນເວລາ 1 ປີ, ຄະນະດຽວກັນກໍ່ໄດ້ມີການລົງລາຍເຊັນບົດບັນທຶກການ ມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນຫຼັງໃໝ່ ມສ ເມືອງລ້ອງ ເມືອງສົບເບົາ ແຂວງຫົວພັນ ຢ່າງເປັນທາງການ ລະຫວ່າງ ທ່ານ ຄຳຫຼ້າ ຈັນທະວົງ ຜູ້ອຳນວຍການ ບໍລິສັດ ຄູນຄຳກໍ່ສ້າງ ໃນນາມຜູ້ຮັບເໝົາກໍ່ສ້າງ ແລະ ທ່ານ ເຄນທານູ ພຸດທະວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃນນາມເຈົ້າຂອງໂຄງການ ຈາກນັ້ນຄະນະຜູ້ແທນກໍ່ໄດ້ຂຶ້ນຕັດແຖບຜ້າເພື່ອເປັນສິຣິມຸງຄຸນ ແລະ ມອບຕໍ່ໃຫ້ໃຫ້ເມືອງ, ມອບໃຫ້ ຫ້ອງການສຶກທິການ ແລະ ກິລາເມືອງສົບເບົາ, ອຳນາດການປົກຄອງບ້ານ ແລະ ຜູ້ບໍລິຫານໂຮງຮຽນເປັນຜູ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ