ສກຂ ຫົວພັນ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ສົກຮຽນ 2024-2025 ແບບອອນລາຍທາງໄກໂດຍເອກະພາບທົ່ວປະເທດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2024-2025 ເອກະພາບທົ່ວປະເທດ ດ້ວຍບັນຍາກາດຟົດຟື້ນ ໃນຕອນເຊົ້າວັນທີ 2 ກັນຍາ 2024 ທີ່ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະລັດຖະມົນຕີ, ອະດີດການນຳຂັ້ນສູງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ໃນແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນ ແລະ ພະນັກງານ, ຄູອາຈານ ໃນຂອບເຂດທົ່ວປະເທດ, ຄະນະພັດທະນາການສຶກສາ, ສະມາຄົມພໍ່ແມ່ນັກຮຽນ, ຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ. ໂດຍທາງ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມສູນໄອຊີທີ ໂດຍເປັນກຽດການເຂົ້າຮ່ວມຂອງ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນາທຳ, ສັງຄົມຂັ້ນແຂວງ, ມີຫົວໜ້າ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ບໍລິຫານຂັ້ນແຂວງ, ຂັ້ນເມືອງຢູ່ 10 ເມືອງທົ່ວແຂວງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ມື້ນີ້ເປັນມື້ໄຂສົກຮຽນໃໝ່ ສົກຮຽນ 2024-2025 ສໍາລັບທຸກຊັ້ນ ທຸກສາຍ ໃນຂອບເຂດທົ່ວປະເທດ ອີງຕາມປະຕິທິນການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດເອົາວັນທີ 1 ກັນຍາ ຂອງທຸກປີ ເປັນວັນເລີ່ມຕົ້ນສົກຮຽນໃໝ່ ແຕ່ເນື່ອງຈາກວ່າປີນີ້ວັນທີ 1 ກັນຍາແມ່ນກົງກັບວັນອາທິດ ສະນັ້ນ, ພິທີໄຂສົກຮຽນໃໝ່ຢ່າງເປັນທາງການ ຈຶ່ງໄດ້ກຳນົດເອົາມື້ນີ້ຄືວັນທີ 2 ກັນຍາ 2024. ແນວໃດກໍດີ,ສົກຮຽນ ໃໝ່ 2024-2025 ແມ່ນເປັນອີກສົກຮຽນໜຶ່ງທີ່ມີຄວາມສໍາຄັນຫຼາຍ ເພາະເປັນສົກຮຽນສຸດທ້າຍໃນການປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະ 5 ປີ ຄັ້ງທີ IX ແລະ ຈະດໍາເນີນຢູ່ໃນເງື່ອນໄຂທີ່ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍຢ່າງເປັນຕົ້ນແມ່ນ ການຂາດແຄນຄູ, ອັດຕາການເຂົ້າຮຽນຂອງນັກຮຽນອາດຈະຍັງຕໍ່າ, ອັດຕາການປະລະອາດຈະຍັງສູງ ແລະ ຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ກໍຄືເງື່ອນໄຂໃນການປະຕິບັດໜ້າທີ່ຂອງຄູອາຈານ ແລະ ຜູ້ບໍລິຫານອາດຈະຍັງມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ ຕໍ່ໜ້າສະພາບ ແລະ ສິ່ງທ້າທາຍດັ່ງກ່າວ, ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ມອບໝາຍວຽກງານດັ່ງກ່າວໃຫ້ພວກເຮົາເພື່ອເຮັດໃຫ້ມີການຫັນປ່ຽນທີ່ດີຂຶ້ນໃນສົກຮຽນໃໝ່ນີ້. ສະນັ້ນ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ສຸມທຸກກຳລັງແຮງ, ນໍາໃຊ້ຊັບພະຍາກອນທີ່ມີ ພ້ອມທັງເພີ່ມຄວາມຮັບຜິດຊອບຂອງບຸກຄະລາກອນ ພາຍໃນຂົງເຂດຂອງຕົນ ແລະ ປະສານສົມທົບກັບ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ການດຳເນີນການຮຽນການສອນ ໃນສົກຮຽນນີ້ເປັນຂະບວນຝົດຟຶ້ນກວ່າເກົ່າ, ເຮັດໃຫ້ຕົວເລກຄາດໝາຍຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ບັນລຸຕາມຄາດໝາຍໃຫ້ຫຼາຍຂຶ້ນກວ່າເກົ່າ.

ທ່ານລັດຖະມົນຕີ ສສກ ກ່າວວ່າ: ພິທີໃນມື້ນີ້ ພວກເຮົາຈະໄດ້ຮັບຊົມວິດີໂອການເຄື່ອນໄຫວຈໍານວນໜຶ່ງໃນສົກຮຽນຜ່ານມາ, ຊົມພາບ ແລະ ຮັບຟັງສານອວຍພອນຂອງທ່ານນາຍົກລັດຖະມົນຕີ ໃນໂອກາດພິທີໄຂສົກຮຽນໃໝ່ 2024-2025, ຮັບຊົມການປະກອບຄໍາເຫັນຂອງນ້ອງນັກຮຽນ, ຕົວແທນຄູ-ອາຈານ ແລະ ຄະນະພັດທະນາການສຶກສາຈຳນວນໜຶ່ງ ຊຶ່ງເປັນຕົວແທນໃຫ້ແກ່ນ້ອງນັກຮຽນ, ຄູ-ອາຈານ ແລະ ຄະນະພັດທະນາການສຶກສາ ໃນແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຂ້າພະເຈົ້າຂໍຕາງໜ້າຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວ ຂໍນຳເອົາຄວາມເປັນຫ່ວງເປັນໄຍຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງຜູ້ບໍລິຫານການສຶກສາ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຂໍຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມຈິດ ພ້ອມໃຈກັນຈັດຕັ້ງປະຕິບັດແຜນການຮຽນ-ການສອນ ສຳລັບສົກຮຽນ 2024-2025 ນີ້ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ທີ່ພວກເຮົາກຳລັງປະເຊີນຢູ່ ນຳເອົາແສງສະຫວ່າງ, ຄວາມຮູ້ຄວາມສາມາດ, ຄຸນສົມບັດ ແລະ ທັກສະດ້ານຕ່າງໆໃຫ້ແກ່ລູກຫຼານຂອງພວກເຮົາເພຶ່ອສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນສົກຮຽນໃໝ່ນີ້.