ຄູປະຖົມ 3 ເມືອງ ຂອງ ແຂວງຫົວພັນ ໄດ້ຮັບການຝຶກອົບຮົມການນຳໃຊ້ຄູ່ມືການສອນ ວິຊາພາສາລາວ ແລະ ວິຊາຄະນິດສາດ ຊັ້ນ ປ1 ສະບັບປັບປຸງໃໝ່

ກອງປະຊຸມຝຶກອົບຮົມການແນະນຳເພີ່ມເຕີມການນຳໃຊ້ຄູ່ມືການສອນ ວິຊາພາສາລາວ ແລະ ວິຊາຄະນິດສາດ ຊັ້ນ ປ1 ສະບັບປັບປຸງໃໝ່ ໃຫ້ແກ່ຄູປະຈຳການ 40 ເມືອງເປົ້າໝາຍຂອງໂຄງການໃນຂອບເຂດທົ່ວປະເທດ ໃນນັ້ນແຂວງຫົວພັນ ໄດ້ມີຄູປະຈຳການປະຈຳຢູ່ 3 ເມືອງ 3 ສ້າງ ໄດ້ແກ່: ເມືອງຊຳໃຕ້, ຫົວເມືອງ ແລະ ເມືອງກັວນ ພິທີໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 4 ກັນຍາ 2024 ຢູ່ທີ່ ສະໂມສອນໂຮງຮຽນ ມສ ພັນລາ ເມືອງຊຳເໜືອ ແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ລິນອານົງ ທອງຄຳມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ມີນັກວິທະຍາກອນມາຈາກ ກະຊວງສຶກສາທິການ ແລະ ກິລາ, ຈາກພະແນກສຶກສາທິການ ແລະ ກິລາແຂວງ, ຈາກຂັ້ນເມືອງເມືອງ, ຈາກວິທະຍາໄລສ້າງຄູຄັງໄຂ ແຂວງຊຽງຂວາງ, ຈາກວິທະຍາໄລສ້າງຄູບ້ານເກິນ ແຂວງວຽງຈັນ, ມີຄະນະຮັບຜິດຊອບລວມ ແລະ ນັກສຳມະນາກອນເຂົ້າຮ່ວມ 200 ກ່ວາຄົນ

ໃນພິທີ ທ່ານ ສຸພາກອນ ແກ້ວຄຳພູ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການເປີດຊຸດອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ຄູປະຈຳການໃນ 40 ເມືອງເປົ້າໝາຍຂອງໂຄງການໃຫ້ມີຄວາມເຂົ້າໃຈກ່ຽວກັບ ວິຊາພາສາລາວ ແລະ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ປ1 ສະບັບປັບປຸງໃໝ່ຢ່າງຖືກຕ້ອງ, ເພື່ອເພີ່ມທັກສະ, ເຕັກນິກການສອນ ແລະ ວິທີການປະເມີນຜົນໃຫ້ແກ່ຄູປະຈຳການໃນການນຳໃຊ້ຄູ່ມືແນະນຳເພີ່ມວິທີການສອນວິຊາພາສາລາວ ແລະ ວິຊາຄະນິດສາດຢ່າງມີປິສິດທິຜົນ, ທັງເປັນການປັບປຸງຄຸນນະພາບ ການຮຽນ-ການສອນ ຂອງຄູໃນຊັ້ນປະຖົມສຶກສາໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ ແລະ ສາມາດບັນລຸຕາມເປົ້າໝາຍຂອງການສຶກສາທີ່ວາງໄວ້, ການດຳເນີນກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 5 ວັນເຕັມນັບແຕ່ວັນທີ 4-8 ກັນຍາ 2024 ຈິ່ງສໍາເລັດລົງຢ່າງເປັນທາງການ, ໃນການຝຶກຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຕັ້ງເປັນກຸ່ມຄົ້ນຄ້ວາ, ຮຽນຮູ້ເຖິງການປະເມີນກ່ອນຝຶກອົບຮົມຊັ້ນ ປ1 ພາກແນະນຳລວມ, ການແຕ່ງບົດສອນ, ການປະເມີນຜົນ, ການສອນທັກສະການຟັງ-ການເວົ້າ, ຄວາມໝາຍຄວາມສຳຄົນຂອງການເວົ້າ, ການສອນສາທິດເປັນກຸ່ມ, ການສອນທັກສະການອ່ານ, ຄວາມສຳຄັນຂອງການອ່ານ, ການສອນທັກສະຂອງການຂຽນ, ຄວາມ ໝາຍຄວາມສຳຄັນຂອງການຂຽນ, , ແນະນຳເຄື່ອງໝາຍໃນປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ, ການສອນແບບແກ້ໂຈດບັນຫາດ້ວຍ 5 ບາດກ້າວ, ຮ່າງແຕ່ງບົດສອນສຳລັບຊັ້ນປະຖົມສຶກສາ, ນຳສະເໜີ ແລະ ສົນທະນາແບບສອບຖາມ,ສະຫຼຸບ ແລະ ຖອດຖອນບົດຮຽນ ເປັນຕົ້ນ ໂດຍມີ ນັກສຳມະນາກອນຈາກ 3 ເມືອງເຂົ້າຮ່ວມ 213 ຄົນ, ຄູຝຶກຂັ້ນແຂວງ 17 ຄົນ, ຄູຝຶກຂັ້ນແຂວງປະຈຳຢູ່ 4 ເມືອງ 10 ຄົນ, ຄູຝຶກມາຈາກວິທະຍາໄລຄູບ້ານເກິນ 2 ຄົນ, ຄູຝຶກມາຈາກວິທະຍາໄລຄູຄັງໄຂ 4 ຄົນ, ຄູຝຶກມາຈາກກົມສ້າງຄູ 1 ຄົນ ແລະ ມີຄະນະຮັບຜິດຊອບລວມ 4 ຄົນ, ການດຳເນີນກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 5 ວັນເຕັມນັບແຕ່ວັນທີ 4-8 ກັນຍາ 2024 ຈິ່ງສໍາເລັດລົງຢ່າງເປັນທາງການ.
ໂດຍ: ສີສົມສັກ(ສກຂ ຫົວພັນ).