ກອງປະຊຸມພັກສິ້ນປີຮຽນຂອງໂຮງຮຽນ ມສ ພັນຊໍາ

ເມື່ອບໍ່ດົນມານີ້ ໂຮງຮຽນ ມສ ພັນຊໍາ ໄດ້ເປີດກອງປະຊຸມພັກສິ້ນປີຮຽນ ຂື້ນທີ່ຫ້ອງປະຊຸມໂຮງຮຽນຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເວີນພອນ ຄໍາພົມສົມບັດ ອໍານວຍການໂຮງຮຽນ , ຄູ-ອາຈານທົ່ວໂຮງຮຽນ ມສ ພັນຊໍາເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີທ່ານ ນາງ ເວີນພອນ ຄໍາພົມສົມບັດອໍານວຍການ ,ທ່ານ ດວງໃຈ ບັນນະດິດ ຮອງອໍານວຍການ, ທ່ານ ນາງ ເພັດສະໄໝ ບຸນມີໄຊ ຫົວໜ້າໜ່ວຍງານວິຊາການ ໄດ້ສັບປ່ຽນກັນຂື້ນເຜີຍແຜ່ເອກະສານຕ່າງໆໃຫ້ແກ່ຄູ-ອາຈານທົ່ວມສ ພັນຊໍາໄດ້ຮັບຮູ້ ແລະເຂົ້າໃຈ